ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄອບຄົວການນຳຂັ້ນສູນກາງ, ກະຊວງ ແລະ ທ້ອງຖິ່ນ ມອບເຄື່ອງໃຫ້ທະຫານແຂວງຊຽງຂວາງ


     ໃນວັນທີ 26 ມັງກອນ 2024 ນີ້, ຄອບຄົວການນໍາຂັ້ນສູນກາງ ແລະ ຂັ້ນກະຊວງເຊິ່ງນຳໂດຍ ທ່ານ ປ້າ ວຽງເງິນ ໄຂຄຳພິທູນ ຄອບ
ຄົວຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ປ້າ ຄຳສອນ ຈັນຍາລາດ ຄອບຄົວຂອງທ່ານ ພົນເອກ
ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ  ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນຳຂອງແຂວງ, ສະຫະພັນແມ່ຍິງແຂວງ
ແລະ ຮາກຖານ, ໜ່ວຍສະຫະພັນແມ່ຍິງພະແນກການອ້ອມຂ້າງແຂວງ ແລະ ບັນດານັກທຸລະກິດຍິງ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ
ພ້ອມດ້ວຍເງິນສົດລວມມູນຄ່າທັງໝົດ 162 ລ້ານກວ່າກີບ ມາມອບໃຫ້ 3 ກອງພັນທີ່ຂຶ້ນກັບກອງບັນຊາການທະຫານແຂວງຊຽງຂວາງຄື:
ກອງພັນປັດໃຈ, ກອງພັນ 256 ແລະ ກອງພັນ 258 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

     ຕາງໜ້າກ່າວມອບໂດຍ ທ່ານ ປ້າ ວຽງເງິນ ໄຂຄໍາພິທູນ ແລະ ຕາງໜ້າກ່າວຮັບ ໂດຍ ສະຫາຍ ພັນໂທ ຄຶຊົ່ງ ເຍຍທໍ່ ຫົວໜ້າການທະ
ຫານກອງພັນປັດໃຈ ພ້ອມສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງທ່ານຄອບຄົວການນຳຂັ້ນສູນກາງ, ຂັ້ນກະຊວງ,
ການນຳຂອງແຂວງ, ສະຫະພັນແມ່ຍິງແຂວງ ແລະ ຮາກຖານ, ໜ່ວຍສະຫະພັນແມ່ຍິງພະແນກການອ້ອມຂ້າງແຂວງ ແລະ ບັນດານັກທຸ
ລະກິດຍິງ ທີ່ໄດ້ນຳເອົາວັດຖຸປັດໃຈ, ຄວາມເປັນຫ່ວງເປັນໄຍ ຄວາມຮັກຄວາມແພງ ມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະ
ໝູນໃຊ້ເຄື່ອງດັ່ງກ່າວ ເຂົ້າໃນໜ້າທີ່ວຽກງານລວມຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ ພ້ອມທັງຈະແຈກຢາຍເຄື່ອງຕ່າງໆ ໃຫ້ພະນັກ
ງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ໃຫ້ທົ່ວເຖິງ.

ແຫຼ່ງຂ່າວໂດຍ ສົມຮັກ ຈັນທະວົງສາ
ວັນທີ 30/01/2024